Welcome to CMM!

Chaiya Meditation Monastery

The Dhamma in the Desert Valley

CMM ເປັນພຸທທະອາຮາມຕັ້ງຢູ່ໃນບໍຣິເວນໃກ້ໆ ຫຼື the Las Vegas Strip, ເນວາດາ, ສະຫະຣັຖອະເມຣິກາ. ຕັ້ງຢູ່ເທິງເນື້ອທີ່ 3 acres ເປັນວັດ Theravada ທີ່ເປັນກາຣປະຕິບັຕແບບຄັ້ງພຸທທະກາລ ທີ່ໄດ້ປະຕິບັຕ ກັນມາ ຈົງເຖິງໂລກປັຈຈຸບັນ.

ທີ່ວັດຍິນດີຕອນຮັບທຸກໆ ຄົນ ບໍ່ຈຳແນກ ຊາຕິ ສາສນາ ແລະຄວາມເຊື່ອມັ່ນໃນກາຣຮຽນຮູ້ ເພື່ອທີ່ຈະໄດ້ສຶກສາ ສິລປະຂອງກາຣໃຊ້ຊີວິຕ ແລະວິທີກາຣທີ່ຈະປະຕິບັຕິ ໃຫ້ໝົດຈາກທຸກຂ໌ ຊຶ່ງເປັນເປົ້າຫມາຍ ອັນສູງສຸດ ເຊິ່ງເປັນຄຳສອນຂອງພຣະພຸທທະເຈົ້າ.

ເປັນແນວທາງທີ່ຖືກຕ້ອງຂອງ ວິປັສສະນາກັມມະຖານ ທີ່ CMM,ອາຈາຣຍ໌ ໄຊຍະ ສະນັບສະນຸນໃຫ້ທຸກຄົນ ທີ່ມາສະຖານທີ່ແຫ່ງນີ້ ເພື່ອໄດ້ຮຽນຮູ້ເພິ່ມເຕີມກ່ຽວກັບ ວິປັສສະນາກັມມະຖານ. ໂດຍສະເພາະຢ່າງຢິ່ງ, ຄົນທີ່ຕ້ອງກາຣສຶກສາວິປັສສະນາກັມມະຖານ ແຕ່ບໍ່ຮູ້ວິທີກາຣ ແລະສະຖານທີ່ ທີ່ຈະໄປສຶກສາກ່ຽວກັບເຣື່ອງນີ້. ອາຈາຣຍ໌ ໄຊຍະຍັງໃຫ້ ທັມມະບັຣຍາຍ ເທສະນາ/ ສົນທະນາທັມມ໌ ໃນວັນຫຢຸດ. ກາຣສົນທະນາຈະເປັນທັ້ງພາສາໄທຍ໌, ພະມ່າ ແລະພາສາລາວ. ນອກຈາກນີ້ຍັງມີແຂກພິເສສທີ່ຈະບັຣຍາທັມມ໌ໃນແຕ່ລະປີ ຈະໄດ້ຮັບກາຣເຊີນຍ໌ ເພື່ອແບ່ງປັນຄວາມຮູ້ແລະຄວາມເຂົ້າໃຈຢ່າງຖ່ອງແທ້ ຂອງພຸທທະສາສນາ.ທ່ານຈະສາມາຖ ຍື່ນໃບສະມັຄເພື່ອມາຝຶກກັມມະຖານ ທີ່ CMM ທາງວັດຍິນດີຕ້ອນຮັບທຸກຄົນ ກະຣຸນາດາວນ໌ໂຫລດ໌ໃບສະມັຄ ເພື່ອຈອງທີ່ຂອງທ່ານ ເພື່ອຄວາມແນ່ນອນ Retreat application form

ເວລາຝືກສາມາທິ

  • 4:00 to 5:00 AM
  • 9:00 to 10:00 AM
  • 5:00 to 6:00 PM
  • ໂປດຊາບວ່າ ທາງວັດສະນັບສະນຸນໃຫ້ປະຕິບັຕິຕະຫຼອດເວລາ ໂດຍກາຣເດີນ ຫຼືນັ່ງຝຶກສະມາທິ ຣະຫວ່າງທີ່ບໍ່ມີກາຣບັຣຍາຍ ຫຼືເທສະນາ ແລະເວລາສ່ວນໂຕ ເດືອນ Retreats ສະມາທິ ແລະອົບຣົມ ໃຫ້ຕິດຕາມອ່ານຫນ້າພາສາອັງກຼິສ

Monthly Meditation Retreats and Classes

    Please contact us for more info of the monthly retreats.

    Dhamma Classes, Jan 10

    • English class, every Tuesday afternoon from 2 to 3 PM
    • Burmese class, every Wednesday evening from 7 to 8 PM
    • Thai class, every Monday evening from 7 to 8 PM

The Buddha Nature

"ເຮັດແຕ່ຄວາມດີ ແລະເປັນຄົນດີ; ບໍ່ເຮັດຊົ່ວໃດໆ ສ້າງແຕ່ຄວາມດີ ຊຳຣະໃຈໃຫ້ຜ່ອງໃສ-ນີ້ຄືກາຣສອນຂອງ ພຣະພຸທທະເຈົ້າທັ້ງຫລາຍ."